25,000 ₭
ລະຫັດປື້ມ: #E-000259
ສະຖານະ: ພ້ອມສົ່ງ
ບົດລະຄອນເວທີ ເລື່ອງ “ບົວແດງ” ເປັນບົດລະຄອນອີງປະຫວັດສາດ, ບົດລະຄອນເວທີທີ່ປະສົບຜົນສໍາເລັດ ເລື່ອງໜຶ່ງໃນວົງການບັນເທີງລາວ.
ເລື່ອງ “ບົວແດງ” ເປັນຜົນງານທີ່ສໍາຄັນເລື່ອງໜຶ່ງຂອງ ດວງຈໍາປາ ເຊິ່ງເປັນປຶ້ມອ່ານທີ່ເໝາະແກ່ຜູ້ອ່ານທຸກເພດທຸກໄວ.
“ບົວແດງ” ເປັນຍິງສາວທີ່ເຕີບໂຕໃນໄລຍະປະຕິວັດທີ່ມີຈິດໃຈເຕັມໄປດ້ວຍຄວາມເຂັ້ມແຂງ, ເດັດດ່ຽວສູ້ຄ່ຽງບ່າຄ່ຽງໄຫຼ່ກັບເພດຊາຍ, ມີຈິດໃຈອັນຂາວສະອາດ ແລະ ຮັກຊາດຮັກບ້ານເກີດເມືອງນອນ.
ເວົ້າເຖິງຄວາມຮັກ ແລະອຸດົມການອັນຍິ່ງໃຫຍ່ຂອງບົວແດງ ນອກນີ້, ຍັງມີຫຼາກຫຼາຍເຫດການທີ່ໜ້າສົນໃຈ ບວກໃສ່ຄໍາເວົ້າທີ່ເຂົ້າໃຈງ່າຍ ແລະມີມະໂນພາບອັນເປັນສິ່ງທີ່ດຶງດູດຈິດໃຈຂອງຜູ້ອ່ານໄດ້ດີ.