ປະເພດປື້ມ

ບົວແດງ (ອຈ)

25,000 ₭ ນໍ້າໜັກ 0.20 kg

ສະຖານະຂອງປື້ມ: ພ້ອມສົ່ງ

ບົດລະຄອນເວທີ ເລື່ອງ “ບົວແດງ” ເປັນບົດລະຄອນອີງປະຫວັດສາດ, ບົດລະຄອນເວທີທີ່ປະສົບຜົນສໍາເລັດ ເລື່ອງໜຶ່ງໃນວົງການບັນເທີງລາວ. ເລື່ອງ “ບົວແດງ” ເປັນຜົນງານທີ່ສໍາຄັນເລື່ອງໜຶ່ງຂອງ ດວງຈໍາປາ ເຊິ່ງເປັນປຶ້ມອ່ານທີ່ເໝາະແກ່ຜູ້ອ່ານທຸກເພດທຸກໄວ. “ບົວແດງ” ເປັນຍິງສາວທີ່ເຕີບໂຕໃນໄລຍະປະຕິວັດທີ່ມີຈິດໃຈເຕັມໄປດ້ວຍຄວາມເຂັ້ມແຂງ, ເດັດດ່ຽວສູ້ຄ່ຽງບ່າຄ່ຽງໄຫຼ່ກັບເພດຊາຍ, ມີຈິດໃຈອັນຂາວສະອາດ ແລະ ຮັກຊາດຮັກບ້ານເກີດເມືອງນອນ. ເວົ້າເຖິງຄວາມຮັກ ແລະອຸດົມການອັນຍິ່ງໃຫຍ່ຂອງບົວແດງ ນອກນີ້, ຍັງມີຫຼາກຫຼາຍເຫດການທີ່ໜ້າສົນໃຈ ບວກໃສ່ຄໍາເວົ້າທີ່ເຂົ້າໃຈງ່າຍ ແລະມີມະໂນພາບອັນເປັນສິ່ງທີ່ດຶງດູດຈິດໃຈຂອງຜູ້ອ່ານໄດ້ດີ.

ຕົວເລືອກ:

ຈຳນວນ:
ຜູ້ຂຽນ ດວງຈໍາປາ
ຜູ້ຈຳໜ່າຍ ອາຈານ ດາລາວັນ ພອນແກ້ວ
ພີມຄັ້ງທີ່ 1
ພີມປີ 2014
Scroll