50,000 ₭
ລະຫັດປື້ມ: #E-002363
ສະຖານະ: ພ້ອມສົ່ງ
ນະວະນິຍາຍ ເລື່ອງ “ປະນິທານ” ເປັນຜົນງານຂອງ ທ່ານ ບຸນທັນ ພົງພິຈິດ,ເປັນພາກ 2 ຕໍ່ຈາກພາກ ນະວະນິຍາຍ ເລື່ອງ “ລົມຫາຍໃຈ” ເປັນປະໂຫຍດຢ່າງຍິ່ງຕໍ່ກັບໄວໜຸ່ມຜູ້ທີ່ກໍາລັງມີຄວາມຮັກ ແລະສ້າງເນື້ອສ້າງຕົວ.
ໃນນີ້, ເພິ່ນໄດ້ກ່າວເຖິງແກ່ນເພັດຜູ້ທີ່ມີຈິດໃຈເຕັມປ່ຽມໄປດ້ວຍຄວາມຮັກ, ອຸດົມການ ແລະການເສຍສະຫຼະເພື່ອສ່ວນລວມກໍຄືການພັດທະນາຊົນນະບົດ.
ພ້ອມກັນນັ້ນ, ຫຼັກການຂຽນແມ່ນມີໂຄງເລື່ອງທີ່ເປັນລະບົບ ແລະການໃຊ້ສັບພາສາທໍາມະດາແຕ່ເລິກເຊິ່ງ ອຸດົມສົມບູນໄປດ້ວຍສາລະປະໂຫຍດ.