ປະເພດປື້ມ

ເມື່ອແມ່ເຂົ້າຄຸກ

30,000 ₭ ນໍ້າໜັກ 0.10 kg

ສະຖານະຂອງປື້ມ: ພ້ອມສົ່ງ

ສົງຄາມຍ່ອມເຮັດໃຫ້ເກີດການພັດພາກ ແລະຄວາມພັດພາກ ຍ່ອມນຳມາເຊິ່ງຄວາມໂສກເສົ້າຫງ່ວມເງົາ. “ເມື່ອແມ່ເຂົ້າຄຸກ” ເປັນປຶ້ມທີ່ມີສອງພາສາ, ຂຽນໂດຍ ດວງເດືອນ ບຸນຍາວົງ, ແປພາສາອັງກິດໂດຍ ອິນຂຽນ ເດດວົງສາ. ເປັນເລື່ອງຈິງຂອງຊີວິດຜູ້ຍິງຄົນໜຶ່ງ ເຊິ່ງໄດ້ພົບກັບຄວາມພັດພາກຈາກຜູ້ເປັນພໍ່ແຕ່ນ້ອຍ, ຈົນກະທັ້ງໃຫຍ່ຂຶ້ນຕ້ອງໄດ້ພັດພາກຈາກຜົວ, ນາງຈຳຕ້ອງໄດ້ອົດທົນຕໍ່ສູ້ກັບທຸກອຸປະສັກຕ່າງໆຂອງຊີວິດຢ່າງລະອິດລະອ້ຽວ ເພື່ອຄອບຄົວ ແລະລູກ. ນອກຈາກນີ້ ຍັງໄດ້ກ່າວເຖິງສະພາບຄວາມວຸ່ນວາຍຂອງສັງຄົມເຊິ່ງເປັນເຫດມາຈາກສົງຄາມ... ບໍ່ພຽງແຕ່ເນື້ອເລື່ອງ ທີ່ມີຄວາມເຂັ້ມຂຸ້ນເທົ່ານັ້ນ, ສຳນວນພາສາທີ່ໃຊ້ກໍໂດດເດັ່ນ, ເມື່ອອ່ານແລ້ວ ເຮັດໃຫ້ສຳນຶກເຫັນຮູບພາບ ເຂົ້າເຖິງອາລົມຂອງເລື່ອງໄດ້ດີ ສາມາດເຮັດໃຫ້ຜູ້ຜ່ານເພີດເພີນໄປນຳໄດ້ງ່າຍ.

ຕົວເລືອກ:

ຈຳນວນ:
ຜູ້ຂຽນ ທ່ານ ນາງ ດວງເດືອນ ບຸນຍາວົງ
ຜູ້ຈຳໜ່າຍ ທ່ານ ນາງ ດວງເດືອນ ບຸນຍາວົງ 40 %
ພີມຄັ້ງທີ່ 1
ພີມປີ 2000
Scroll