ຮັກລາວຂ້າງດຽວ
60,000 ₭
ນໍ້າໜັກ 0.25 kg
ຄຳວ່າ “ຮັກ...ຂ້າງດຽວ” ເປັນສໍໍານວນທີ່ເຮົາຮູ້ຈັກກັນແລະມີປະສົບການມາແລ້ວ ບໍ່ຫຼາຍກໍໜ້ອຍ ໂດຍສະເພາະແມ່ນ ໄວໜຸ່ມຍິງຊາຍ, ເຊິ່ງມັນປັນອາການເຈັບໆຄັນໆ ຄາຍເຄືອງຈິດໃຈ ຂອງຄົນເຮົາຢູ່ເປັນບາງເວລາ.
ປຶ້ມ “ຮັກລາວຂ້າງດຽວ” ເປັນ ຜົນງານຂອງ ທ່ານ ທຳດີ ຫຼື Mr.Lee ຈາກແດນກິມຈິ ໄດ້ກາວເຖິງປະສົບການຄວາມຮັກ ຂອງບ່າວເກົາຫຼີ ແຕ່ບໍ່ແມ່ນຄວາມຮັກໃນເຊີງບ່າວສາວ, ເພາະເປັນຄວາມຮັກ ຄວາມຫຼົງໄຫຼຂອງບ່າວເກົາຫຼີທີ່ໄດ້ມາພົບເຫັນຄົນລາວ ແລະ ເມືອງລາວ ແລ້ວເກີດຄວາມປະທັບໃຈ ໃນມົນສະເໜຂອງປະເທດລາວ, ວັດທະນະທຳລາວ, ຮັກໃນຄວາມເປັນລາວ ມັກວິຖີຊີວິດຂອງລາວ ແລະມັກຮັກທຸກຢ່າງໃນຄວາມເປັນລາວ, ຢາກດໍາລົງຊີວິດໃນປະເທດລາວຕະຫຼອດໄປ.
ຂໍເຊີນທ່ານສຳຜັດກັບປະສົບການຊີວິດຂອງບ່າວ ຈາກແດນກິມຈິ ສູ່ດິນແດນແຫ່ງສົ້ມຜັກ ຂອງລາວ ຈາກປຶ້ມ “ຮັກລາວຂ້າງດຽວ” ຮັບຮອງວ່າ ທ່ານຈະໄດ້ພົບກັບແນວຄວາມຄິດ ແລະຄໍາເວົ້າຫຼາຍຄຳທີ່ເຮັດໃຫ້ ເຮົາສະດຸ້ງໄດ້ຕະຫຼອດ.