ປະເພດປື້ມ

ຕິດຕາມປື້ມໃໝ່ໄດ້ທີ່

ນະວະນິຍາຍ

  • ປະນິທານ
    50,000 ₭

    ລະຫັດປື້ມ: #E-002363

    ສະຖານະ: ພ້ອມສົ່ງ

    ນະວະນິຍາຍ ເລື່ອງ “ປະນິທານ” ເປັນຜົນງານຂອງ ທ່ານ ບຸນທັນ ພົງພິຈິດ,ເປັນພາກ 2 ຕໍ່ຈາກພາກ ນະວະນິຍາຍ ເລື່ອງ “ລົມຫາຍໃຈ” ເປັນປະໂຫຍດຢ່າງຍິ່ງຕໍ່ກັບໄວໜຸ່ມຜູ້ທີ່ກໍາລັງມີຄວາມຮັກ ແລະສ້າງເນື້ອສ້າງຕົວ. ໃນນີ້, ເພິ່ນໄດ້ກ່າວເຖິງແກ່ນເພັດຜູ້ທີ່ມີຈິດໃຈເຕັມປ່ຽມໄປດ້ວຍຄວາມຮັກ, ອຸດົມການ ແລະການເສຍສະຫຼະເພື່ອສ່ວນລວມກໍຄືການພັດທະນາຊົນນະບົດ. ພ້ອມກັນນັ້ນ, ຫຼັກການຂຽນແມ່ນມີໂຄງເລື່ອງທີ່ເປັນລະບົບ ແລະການໃຊ້ສັບພາສາທໍາມະດາແຕ່ເລິກເຊິ່ງ ອຸດົມສົມບູນໄປດ້ວຍສາລະປະໂຫຍດ.
  • ຟ້າຫຼັງຝົນຄົນສູ້ຊີວິດ
    200,000 ₭

    ລະຫັດປື້ມ: #E-002327

    ສະຖານະ: ພ້ອມສົ່ງ

  • ເອີເຊນີ ກຣັງເດ
    20,000 ₭

    ລະຫັດປື້ມ: #E-002020

    ສະຖານະ: ພ້ອມສົ່ງ

  • ບົວແດງ (ອຈ)
    25,000 ₭

    ລະຫັດປື້ມ: #E-000259

    ສະຖານະ: ພ້ອມສົ່ງ

    ບົດລະຄອນເວທີ ເລື່ອງ “ບົວແດງ” ເປັນບົດລະຄອນອີງປະຫວັດສາດ, ບົດລະຄອນເວທີທີ່ປະສົບຜົນສໍາເລັດ ເລື່ອງໜຶ່ງໃນວົງການບັນເທີງລາວ. ເລື່ອງ “ບົວແດງ” ເປັນຜົນງານທີ່ສໍາຄັນເລື່ອງໜຶ່ງຂອງ ດວງຈໍາປາ ເຊິ່ງເປັນປຶ້ມອ່ານທີ່ເໝາະແກ່ຜູ້ອ່ານທຸກເພດທຸກໄວ. “ບົວແດງ” ເປັນຍິງສາວທີ່ເຕີບໂຕໃນໄລຍະປະຕິວັດທີ່ມີຈິດໃຈເຕັມໄປດ້ວຍຄວາມເຂັ້ມແຂງ, ເດັດດ່ຽວສູ້ຄ່ຽງບ່າຄ່ຽງໄຫຼ່ກັບເພດຊາຍ, ມີຈິດໃຈອັນຂາວສະອາດ ແລະ ຮັກຊາດຮັກບ້ານເກີດເມືອງນອນ. ເວົ້າເຖິງຄວາມຮັກ ແລະອຸດົມການອັນຍິ່ງໃຫຍ່ຂອງບົວແດງ ນອກນີ້, ຍັງມີຫຼາກຫຼາຍເຫດການທີ່ໜ້າສົນໃຈ ບວກໃສ່ຄໍາເວົ້າທີ່ເຂົ້າໃຈງ່າຍ ແລະມີມະໂນພາບອັນເປັນສິ່ງທີ່ດຶງດູດຈິດໃຈຂອງຜູ້ອ່ານໄດ້ດີ.
  • ເພື່ອເຈົ້າ ມາຕຸພູມແສນຮັກ
    35,000 ₭

    ລະຫັດປື້ມ: #E-000253

    ສະຖານະ: ພ້ອມສົ່ງ

  • ພໍ່ເຖົ້າມາລີ ແລະ ທ້າວນ້ອຍ
    40,000 ₭

    ລະຫັດປື້ມ: #E-000245

    ສະຖານະ: ພ້ອມສົ່ງ

    ເລື່ອງ ພໍ່ເຖົ້າມາລີ ແລະທ້າວນ້ອຍ ແມ່ນເລື່ອງສໍາລັບເຍົາວະຊົນທີ່ມີຄົນອ່ານເປັນຈໍານວນຫຼາຍໃຫ້ຄວາມສົນໃຈ, ເຊິ່ງຂຽນໂດຍ: ດຣ. ເຊີແມນ, ແປ ແລະຮຽບຮຽງໂດຍ: ບຸນທັນ ພົງພິຈິດ ເໝາະສໍາລັບນັກຮຽນ, ນັກສຶກສາ ແລະຜູ້ທີ່ກໍາລັງຝຶກພາສາອັງກິດ. ໃນເລື່ອງນີ້, ທ້າວນ້ອຍທີ່ຢູ່ໃນໄວຢາກຮູ້ຢາກເຫັນ ແລະການເຂົ້າໄປຜະຈົນໄພໃນປ່າດົງວົງກົດຂອງທ້າວນ້ອຍ ແລະພໍ່ເຖົ້າມາລີທີ່ຕ້ອງພົບກັບສິ່ງທ້າທາຍ ໜ້າຕື່ນເຕັ້ນ ແລະເປັນຕາຢ້ານເຊັ່ນສັດຮ້າຍເຊິ່ງຕ້ອງໄດ້ໃຊ້ພິບໄຫວ ແລະສະຕິປັນຍາກັນການຮັບມືກັບສິ່ງເຫຼົ່ານັ້ນ. ເວົ້າໄດ້ວ່າ ປຶ້ມເຫຼັ້ມນີ້ໃຫ້ຄວາມເພີດເພີນ ຕື່ນເຕັ້ນຕົກໃຈ ເຫັນຄວາມງາມຂອງພາສາ ແລະມີຫຼາຍອັດຖະຣົດທາງວັນນະຄະດີ.
  • ວັງນໍ້າວິບປະໂຫຍກ
    40,000 ₭

    ລະຫັດປື້ມ: #E-000244

    ສະຖານະ: ພ້ອມສົ່ງ

    ຄວາມຮັກບໍ່ໄດ້ຈໍາແນກສີຜິວ ຫຼືຊົນຊັ້ນວັນນະມີແຕ່ຄົນທີ່ນໍາເອົາສິ່ງເຫຼົ່ານັ້ນມາຂັ້ນກາງຄວາມຮັກ ຈົນເກີດບັນຫາຕ່າງໆຕາມມາ. ນະວະນິຍາຍເລື່ອງ “ວັງນໍ້າວິບປະໂຍກ” ກາຍເປັນຕໍານານຮັກທີ່ມີຄົນນິຍົມຊົມຊອບ ແລະໃຫ້ຄວາມສົນອົກສົນໃຈກັນທົ່ວໂລກ, ເຊິ່ງຂຽນໂດຍ: ຊັມເມີເຊັທ ມອຫມ, ແປ ແລະຮຽບຮຽງໂດຍ: ບຸນທັນ ພົງພິຈິດ ເໝາະສໍາລັບໄວໜຸ່ມຜູ້ທີ່ມີກະແສນິຍົມແຕ່ງງານກັບຊາວຕ່າງຊາດ. ໃນນີ້, ເພິ່ນໄດ້ກ່າວເຖິງຕໍານານຄວາມຮັກລໍສັນ ແລະອີ່ເທລທີ່ມີຄວາມແຕກຕ່າງກັນທາງສີຜີວ, ດ້ານເຊື້ອຊາດ, ວັດທະນາທໍາ ແລະຊີວິດການເປັນຢູ່ ເປັນອຸປະສັກ ແລະເປັນສິ່ງສ້າງຄວາມແຕກຫັກໃຫ້ແກ່ຄວາມຮັກ...ສຸດທ້າຍແລ້ວ ຄວາມຮັກຂອງທັງສອງຈະຈົບລົງແບບໃດນັ້ນ ເປັນສິ່ງທີ່ເຮົາຕ້ອງຫາຄໍາຕອບນໍາກັນ ໃນ “ວັງນໍ້າວິບປະໂຍກ” ພ້ອມກັນນີ້, ຜູ້ອ່ານຍັງໄດ້ສໍາຜັດກັບຄວາມງາມຂອງພາສາ ແລະວິທີຂຽນທີ່ກະທັດຮັດເຂົ້າໃຈງ່າຍ ດຶງດູດຈິດໃຈເວລາອ່ານເຮັດໃຫ້ເຮົາຄ້ອຍຕາມນຶກເຫັນພາບໃນເລື່ອງ.
  • ຄວາມສຸກຂອງກະທິ
    35,000 ₭

    ລະຫັດປື້ມ: #E-000109

    ສະຖານະ: ພ້ອມສົ່ງ

  • ຄູ່ສັນຍາ
    60,000 ₭

    ລະຫັດປື້ມ: #E-000072

    ສະຖານະ: ພ້ອມສົ່ງ

    ຄູ່ສັນຍາ” ເປັນຜົນງານຂອງ ດວງຈໍາປາ ເປັນເລື່ອງທີ່ໄດ້ຮັບຄວາມສົນອົກສົນໃຈຈາກທ່ານຜູ້ອ່ານທັງຫຼາຍ. ໃນເລື່ອງກ່າວເຖິງຄວາມຮັກຄູ່ບ່າວສາວທີ່ພັດຈາກຈາກກັນທັງສອງໃຊ້ຊີວິດຢູ່ຄົນລະຂອບຟ້າ. ເວລາຜ່ານໄປຫຼາຍປີກໍຕາມ ຄວາມຮັກຄວາມຜູກພັນທີ່ເຄີຍມີໃນອະດີດ ສຸດທ້າຍພວກເຂົາກໍໄດ້ພົບກັນ ມີຄວາມສຸກອີກຄັ້ງ. ຜູ້ອ່ານຈະໄດ້ສໍາຜັດຄວາມມ່ວນຊື່ນເພີດເພີນລ້ວນແຕ່ຜ່ານອອກມາທາງພາສາ ແລະຄໍາເວົ້າທີ່ຄົມຄາຍກິນໃຈເວລາອ່ານ ເໝືອນກັບວ່າໄດ້ເຂົ້າໄປຢູ່ໃນເຫດການ.
  • ນໍາຫາສຸດຂອບຟ້າ
    20,000 ₭

    ລະຫັດປື້ມ: #E-000049

    ສະຖານະ: ພ້ອມສົ່ງ

Scroll