ປະເພດປື້ມ

ເຕມິຍະ ຊາຕະກະ

60,000 ₭ ນໍ້າໜັກ 0.20 kg

ສະຖານະຂອງປື້ມ: ພ້ອມສົ່ງ

ເລື່ອງ “ເຕມິຍະ ຊາຕະກະ” ແມ່ນເລື່ອງໜຶ່ງທີ່ນອນຢູ່ໃນນິທານຊາດົກ ເປັນໜັງສືທີ່ແປງຈາກຄໍາພີ ທະສະຊາຕະກະ ແລະແຕ່ງເປັນຄໍາກອນພາສາລາວ, ໂດຍ: ມະຫາສິລາ ວີຣະວົງສ໌. ໃນເລື່ອງ ໄດ້ກ່າວເຖິງການບໍາເພັນພຽນໃຊ້ຊາດຂອງພະພຸດທະເຈົ້າ, ເຊິ່ງເກີດມາເປັນທ້າວເຕມິຍະ ເປັນລູກກະສັດ ຜູ້ທີ່ເຫຼື້ອມໃສໃນພະພຸດທະສາສະໜາ ແຕ່ຕ້ອງເຮັດຕິປາກກືກ ຍ້ອນວ່າເກີດຄວາມເບື່ອໜ່າຍຕໍ່ກັບໜ້າທີ່ ທີ່ຕົນກຳລັງຈະໄດ້ຮັບກໍຄື ການຂຶ້ນຄອງລາດຊະບັນລັງແທນພໍ່. ນອກນີ້, ຍັງໄດ້ກ່າວເຖິງການຖືສິນ ແລະການເຜີຍແຜ່ຫຼັກທຳຄຳສອນຂອງ ພະພຸດທະສາສະໜາຂອງທ້າວເຕເມ. ເລື່ອງນີ້ໄດ້ແຕ່ງເປັນຄໍາກອນ ທີ່ມີສຳນວນພາສາທີ່ຄ່ອງຈ່ອງກັນ ອ່ານແລ້ວຈັບອົກຈັບໃຈ ແລະມ່ວນອອນຊອນ, ເວົ້າໄດ້ວ່າ ເປັນອີກເລື່ອງໜຶ່ງທີ່ປະກອບເຂົ້າໃນຄັງສາງຂອງວັນນະຄະດີລາວ ພ້ອມທັງເປັນປຶ້ມອ່ານທີ່ໃຫ້ຄຸນຄ່າແກ່ຜູ້ອ່ານ ແລະ ຜູ້ທີ່ກະລັງຮຽນຂຽນບົດກອນ ແລະບົດກະວີ.

ຕົວເລືອກ:

ຈຳນວນ:
ຜູ້ຂຽນ ມະຫາສີລາ ວິລະວົງສ໌
ຜູ້ຈຳໜ່າຍ ເພັດສະໄໝ ໄພສໍາພັນ
ພີມຄັ້ງທີ່ 3
ພີມປີ 2010
Scroll