ຄູ່ມືມະນຸດ
50,000 ₭
ນໍ້າໜັກ 0.30 kg
“ຄູ່ມືມະນຸດ” ໂດຍ: ພຸດທະທາສ ອິນທະປັນໂຍ, ເຊິ່ງແປຈາກພາສາໄທໂດຍ: ພຣະອາຈານ ບຸນທະວີ ມ່ວງຄໍາສີ, ພຣະອາຈານ ຄໍາແພງ ພຣົມມະແສນ ແລະ ສາມະເນ ຈັນດາສັກ ສຸກສິຣິສະຫວັດ. ເປັນປຶ້ມທໍາມະທີ່ໄດ້ຮັບຄວາມນິຍົມຊົມຊອບຈາກຜູ້ສຶກສາຄົ້ນຄວ້າຢ່າງກວ້າງຂວາງ ເໝາະສົມສໍາລັບທຸກເພດທຸກໄວ.
ປຶ້ມເຫຼັ້ມນີ້ເວົ້າເຖິງຫຼັກທໍາມະກ່ຽວກັບສັງຄົມໂລກໃນປັດຈຸບັນເຊັ່ນ: ການບໍ່ທ່ຽງແທ້ແນ່ນອນຂອງມວນມະນຸດ, ການເກີດແກ່ເຈັບຕາຍ ແລະຄວາມສຸກຄວາມທຸກຂອງມະນຸດໂລກ ພ້ອມທັງ,ໃຫ້ຂໍ້ຄິດທີ່ຖືກຕ້ອງຕາມຄອງທໍາ.
ສິ່ງສໍາຄັນທີ່ສຸດ, ປຶ້ມເຫຼັ້ມນີ້ເປັນການອະນຸລັກ ແລະສົງເສີມສາສະໜາພຸດໃຫ້ມີການຂະຫຍາຍຕົວຮຸ່ງເຮືອງອີກດ້ວຍ.