ຮັກດອກຈື່ງບອກມາ
50,000 ₭
ນໍ້າໜັກ 0.15 kg
“ຮັກດອກ...ຈຶ່ງບອກມາ” ປຶ້ມໂຮມ ບົດກອນ ຂອງ ດວງຈໍາປາ ເຊິ່ງໄດ້ຮັບຮາງວັນ ກະວີຊີໄຣທ໌ ປີ 2010 ເປັນປຶ້ມອ່ານທີ່ໃຫ້ສາລະປະໂຫຍດແກ່ຜູ່ອ່ານທຸກໄວ.
“ຮັກດອກ...ຈຶ່ງບອກມາ” ໄດ້ກ່າວເຖິງຄວາມຮັກ ແລະຫວ່ງໃຍຂອງຜູ່ຂຽນທີ່ມີຕໍ່ທຸກຄົນ ໃຫ້ສະຕິດຶງດູດຈິດໃຈຄົນໃຫ້ສົນໃຈຕໍ່ທຸກບາດກ້າວຂອງຊີວິດ. ໂດຍສະເພາະຄົນລາວທີ່ອາໄສຢູ່ຕ່າງປະເທດຫຼາຍປີ ຫຼື ຮຽນຈົບມາຈາກຕ່າງປະເທດຕ້ອງໃສ່ໃຈພາສາຂອງຊາດລາວໃຫ້ຫຼາຍຂຶ້ນ.
ດ້ວຍເນື້ອໃນບົດກອນທີ່ອຸດົມສົມບູນ ແລະການໃຊ້ຄໍາສໍາຜັດເກາະກາຍກັນມ່ວນອອນຊອນ ສາມາດເຮັດໃຫ້ຜູ່ອ່ານເຂົ້າໃຈງ່າຍເພີດເພີນໄປກັບບົດກອນໄດ້ງ່າຍ.