25,000 ₭
ລະຫັດປື້ມ: #E-000076
ສະຖານະ: ພ້ອມສົ່ງ
ປັດຈຸບັນນີ້ “ເງິນ” ເປັນປັດໃຈສໍາຄັນໃນການດຳລົງຊີວິດຂອງຄົນໃນສັງຄົມ ເງິນ ສາມາດຊື້ຫຼາຍໆຢ່າງໃນຊີວິດໄດ້ ແຕ່ບາງຄັ້ງ ເງິນກໍບໍ່ອາດຊື້ຄວາມສຸກທີ່ແທ້ຈິງໄດ້.
“ໃຜວ່າ ເງິນເປັນພະເຈົ້າ” ເປັນເລື່ອງໜຶ່ງທີ່ຢູ່ໃນປຶ້ມ ໂຮມເລື່ອງສັ້ນ “ໃຜວ່າ ເງິນເປັນພະເຈົ້າ” ຂອງ ດວງຈຳປາ ຫຼື ດາລາ ກັນລະຍາ, ເປັນປຶ້ມໂຮມເລື່ອງສັ້ນທີ່ກຳລັງໄດ້ຮັບຄວາມສົນໃຈຈາກນັກອ່ານທັງຫຼາຍ ໂດຍສະເພາະກໍແມ່ນໄວໜຸ່ມ, ໄວກາງຄົນ ທີ່ກໍາລັງຢູ່ໃນຊ່ວງທີ່ກຳລັງຢາກໄດ້ຢາກມີ...
ເພິ່ນໄດ້ກ່າວເຖິງ ສີບົວ ຍິງສາວທີ່ຕ້ອງໄດ້ສູ້ຊີວິດມາແຕ່ເປັນເດັກນ້ອຍ ຍ້ອນຄອບຄົວຂາດເຂີນ ອັນເປັນສາເຫດເຮັດໃຫ້ນາງນັບຖືເງິນເປັນດັ່ງພະເຈົ້າ, ແລະຄວາມຜິດພາດ ແລະປະສົບການຊີວິດ ອັນໂສກເສົ້າເຮັດໃຫ້ນາງຮູ້ວ່າ ເງິນບໍ່ສາມາດຊື້ທຸກສິ່ງທຸກຢ່າງໄດ້ໂດຍສະເພາະແມ່ນຄວາມຮັກ.
ນອກຈາກນີ້, ຍັງມີເລື່ອງອື່ນໆ ທີ່ໜ້າສົນໃຈ , ໃຫ້ປະໂຫຍດໃຫ້ແງ່ຄິດຫຼາຍຢ່າງ ໂດຍສະເພາະແມ່ນການສ່ອງແສງສັງຄົມໃນແງ່ມູມຕ່າງໆ ດ້ວຍຄຳເວົ້າທີ່ທຳມະດາ ແຕ່ມີຄວາມໝາຍເລິກເຊິ່ງກິນໃຈຜູ້ອ່ານໄດ້ດີ.